ໂຮງໝໍບໍລິເວນ 107

ໂຮງໝໍບໍລິເວນ 107 ປະຕິບັດຄຳຂວັນ 5 ດີ 1 ພໍໃຈ

ໂຮງໝໍບໍລິເວນ 107 ຈັດພິທີປາຖະກະຖາ 2 ວັນສຳຄັນທາງປະຫວັດສາດ.=============================          ໃນວັນທີ 18 ມີນາ 2026 ນີ້ ...
18/03/2026

ໂຮງໝໍບໍລິເວນ 107 ຈັດພິທີປາຖະກະຖາ 2 ວັນສຳຄັນທາງປະຫວັດສາດ.
=============================
ໃນວັນທີ 18 ມີນາ 2026 ນີ້ ໂຮງໝໍບໍລິເວນ 107 ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 - 22 ມີນາ 2026) ແລະວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 - 21 ມີນາ 2026) ໃຫ້ກຽດເປັນປະທານ ແລະປາຖະກະຖາໂດຍ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍບໍລິເວນ 107, ມີບັນດາຄະນະໜ່ວຍພັກ, ຫົວໜ້າພະແນກການ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພັນໂທ ສົມພອນ ພວງແກ້ວ ຮອງຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຄໍາສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 117/ກມທ ລົງວັນທີ 06/01/2026 ວ່າດ້ວຍການຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດ, ເປີດຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ, ໂຄສະນາປາຖະກະຖາ, ການສ້າງນັກຮົບ-ກົມກອງວັດທະນະທຳ ແລະການເຄື່ອນໄຫວສື່ມວນຊົນໃນກອງທັບ ປະຈໍາປີ 2026. ໂອກາດນີ້ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍບໍລິເວນ 107 ກໍ່ໄດ້ປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວບັນດາເຜົ່າ ສະຫາຍໃຫ້ຮູ້ວ່າ ວັນທີ 21 ມີນາ 1946 ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ, ພະນັກງານ-ນັກຮົບ ຢູ່ເມືອງທ່າແຂກ ພວກເຂົາໄດ້ບຸກໂຈມຕີເມືອງທ່າແຂກທັງ 3 ປີກ ດ້ວຍກຳລັງປືນໃຫຍ່ໜ້າດິນ, ຖິ້ມລະເບີດ, ຍິງປືນກົນກວາດລົງໃສ່ກາງເມືອງ, ຝູງຄົນໃນຕະຫຼາດ, ໂຮງຮຽນປະຖົມຊາວຫວຽດນາມ, ກອງບັນຊາການ ຢ່າງໂຫດຮ້າຍປ່າເຖື່ອນ ເຮັດໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນຫຼາຍຮ້ອຍຄົນເສຍຊີວິດ ແລະຖືກບາດເຈັບ, ການຕໍ່ສູ້ຍິ່ງດຸເດືອດຂຶ້ນສູ່ລະດັບສູງ ພວກລ່າເມືອງຂຶ້ນແບບເກົ່າຫວັງຍຶດເອົາຕົວເມືອງທ່າແຂກ ແຕ່ຖືກກຳລັງທະຫານຂອງພວກເຮົາຕີຕ້ານ, ສະກັດກັ້ນຢ່າງເດັດດ່ຽວ, ອາດຫານ ແຕ່ຍ້ອນວ່າເຫຼັກຫຼາຍກວ່າຖ່ານ ທະຫານຂອງພວກເຮົາຈຶ່ງບໍ່ສາມາດຮັກສາຕົວເມືອງທ່າແຂກໄວ້ໄດ້ ພາຍຫຼັງທີ່ພວກລ່າເມືອງຂຶ້ນຝຣັ່ງ ແລະລູກແຫຼ້ງຕີນມືຂອງພວກເຂົາຍຶດຕົວເມືອງທ່າແຂກໄດ້ແລ້ວພວກເຂົາກໍ່ໄດ້ສ້າງໂທດກຳທີ່ບໍ່ມີວັນລືມໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັນຂ້າປະຊາຊົນລາວ, ຊາວຫວຽດນາມຕ່າງດ້າວ, ຜູ້ບໍລິສຸດຢ່າງໂຫດຫ້ຽມ, ເຮັດໃຫ້ແມ່ນໍ້າຂອງເຕັມໄປດ້ວຍເລືອດ ແລະຊາກສົບຂອງ ປະຊາຊົນ, ແມ່ຍິງ, ເດັກນ້ອຍ ຖືກຂ້າຕາຍ ຈໍານວນ 3,000 ກວ່າຄົນ. ສະຫາຍປະທານ ຍັງໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດ, ການຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວໃນແຕ່ລະໄລຍະ, ວັນທີ 22 ມີນາ 1955 ເປັນເຫດການທາງການເມືອງທີ່ສໍາຄັນອັນຍິ່ງໃຫຍ່, ເປັນບາດລ້ຽວຕັດສິນໃນປະຫວັດສາດແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງປະເທດຊາດ, ພາຍຫຼັງທີ່ພັກປະຊາຊົນປະຕິວັດລາວໄດ້ສ້າງຕັ້ງຂຶ້ນ ພັກເຮົາໄດ້ນໍາພາຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນຢ່າງອົງອາດກ້າຫານ, ສະຫຼາດສ່ອງໃສ, ຜ່ານຜ່າການທົດສອບອັນລະອິດລະອ້ຽວຂ້ຽວຂາດ, ເດັດຂາດບໍ່ຍອມຈໍານົນ ຈົນສາມາດເອົາຊະນະສັດຕູ ແລະປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນຢ່າງສົມບູນ, ນໍາພາປະຊາຊົນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຈົນມາເຖິງປັດຈຸບັນ, ຕະຫຼອດໄລຍະ 71 ປີ ແຫ່ງການສ້າງຕັ້ງ-ນໍາພາ ພາລະກິດປະຕິວັດ ພັກເຮົາຍາມໃດກໍ່ເປັນກອງນໍາໜ້າທີ່ແຂງແກ່ນ, ເປັນເສນາທິການທາງການເມືອງທີ່ສະຫຼາດສ່ອງໃສ, ເປັນຕົວແທນແຫ່ງຜົນປະໂຫຍດຂອງປະຊາຊົນຊາວຜູ້ອອກແຮງງານ, ເປັນແກນນໍາແຫ່ງລະບອບປະຊາທິປະໄຕ ປະຊາຊົນ, ນໍາພາພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫຼັກການ, ປະຕິບັດນະໂຍບາຍດ້ານຕ່າງໆຢ່າງຖືກຕ້ອງລວມທັງການພົວພັນກັບຕ່າງປະເທດ ເພື່ອຍົກສູງບົດບາດຂອງຊາດລາວໃຫ້ໄດ້ຮັບການເຊີດຊູໃນເວທີສາກົນ.

ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ.

ຮ້ານບຸນມີອາໄຫຼ່ມອບເຄື່ອງສຸຂະພັນໃຫ້ໂຮງໝໍບໍລິເວນ 107==========================          ໃນວັນທີ 10 ມີນາ 2026 ຮ້ານບຸນມີອາໄຫ...
10/03/2026

ຮ້ານບຸນມີອາໄຫຼ່ມອບເຄື່ອງສຸຂະພັນໃຫ້ໂຮງໝໍບໍລິເວນ 107
==========================
ໃນວັນທີ 10 ມີນາ 2026 ຮ້ານບຸນມີອາໄຫຼ່ ຕັ້ງຢູ່ສົ້ນຂົວໃໝ່ ບ້ານເມືອງງາ ນະຄອນຫຼວງພະບາງ ໄດ້ນຳເອົາຊັກໂຄກ ຈໍານວນ 2 ຊຸດ ແລະເງິນສົດ ຈໍານວນ 1,000,000₭ (ໜຶ່ງລ້ານກີບ) ລວມມູນຄ່າທັງໝົດ: 5,000,000 ກີບ (ຫ້າລ້ານກີບ) ມອບໃຫ້ພະແນກພາຍໃນລວມ ໃຫ້ກຽດກ່າວຮັບໂດຍ ທ່ານ ພັນໂທ ດຣ ຄຳຄ່ອງ ພິມມະວົງສາ ຮອງອໍານວຍການໂຮງໝໍບໍລິເວນ 107 ພ້ອມທັງສະແດງຄວາມຂອບອົກຂອບໃຈນຳຮ້ານບຸນມີອາໄຫຼ່ທີ່ອຸປະຖຳໂຮງໝໍບໍລິເວນ 107 ໃນຄັ້ງນີ້ ເຊິ່ງເປັນເຄື່ອງທີ່ຈຳເປັນໃຊ້ໃນການຮັກສາສຸຂະອາໄມຂອງພະນັກງານແພດໝໍ ແລະພໍ່ແມ່ປະຊົນທີ່ມາໃຊ້ບໍລິການຢູ່ໂຮງໝໍຂອງພວກເຮົາ.

ພາບ- ຂ່າວ: ນາງ ສຸລິຈັນ ພັດທະນາ

ໂຮງໝໍບໍລິເວນ 107 ຫວນຄືນມູນເຊື້ອວັນແມ່ຍິງສາກົນຄົບຮອບ 116 ປີ.==============================ໃນຕອນເຊົ້າຂອງວັນທີ 06 ມີນາ 2026...
06/03/2026

ໂຮງໝໍບໍລິເວນ 107 ຫວນຄືນມູນເຊື້ອວັນແມ່ຍິງສາກົນຄົບຮອບ 116 ປີ.
==============================
ໃນຕອນເຊົ້າຂອງວັນທີ 06 ມີນາ 2026 ນີ້ຂະແໜງສະຫະພັນແມ່ຍິງ ໂຮງໝໍບໍລິເວນ 107 ໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ (ວັນທີ 08 ມີນາ 1910-08 ມີນາ 2026) ໃຫ້ກຽດເປັນປະທານຂອງ ແລະປາຖະກະຖາໂດຍສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ຮອງເລຂາຄະນະພັກຮາກຖານ ອຳນວຍການໂຮງໝໍບໍລິເວນ 107, ມີສະຫາຍ ພັນໂທ ນາງ ທອງວັນ ຄັນທະລີ ຮັກສາການຫົວໜ້າຂະແໜງສະຫະພັນແມ່ຍິງໂຮງໝໍບໍລິເວນ 107, ມີບັນດາສະຫາຍຄະນະໜ່ວຍພັກ, ຫົວໜ້າພະແນກການ, ຄະນະໜ່ວຍສະຫະພັນແມ່ຍິງພ້ອມດ້ວຍເອື້ອຍນ້ອງແມ່ຍິງທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນຕີ ນາງ ຄຳຝັ້ນ ແສງສະຫວ່າງ ຄະນະໜ່ວຍສະຫະພັນແມ່ຍິງ ໄດ້ຜ່ານແຈ້ງການຂອງຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບວ່າດ້ວຍການສ້າງຂະບວນການ ແລະຈັດຕັ້ງສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2026 ຄົບຮອບ 116 ປີ ພາຍໃຕ້ຕຳຂວັນ "ສິດທິ, ຄວາມຍຸດຕິທຳ, ການລົງມືປະຕິບັດເພື່ອແມ່ຍິງ ແລະເດັກນ້ອຍທຸກຄົນ".
ໂອກາດນີ້ ສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ປະທານພິທີ ກໍ່ໄດ້ໃຫ້ກຽດປາຖະກະຖາວັນແມ່ຍິງສາກົນ ເພື່ອຫວນຄືນມູນເຊື້ອການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງໃນເມື່ອກ່ອນ. ສະຫາຍໄດ້ຍົກໃຫ້ເຫັນບັນຫາທີ່ສຳຄັນໃນການຕໍ່ຕ້ານ, ຕໍ່ສູ້ກັບພວກນາຍທຶນທີ່ກົດຂີ່ຂູດຮີດໃຊ້ແຮງງານແມ່ຍິງ ໂດຍບໍ່ເວັ້ນຜູ້ເຖົ້າ ແລະເດັກນ້ອຍ ທີ່ໃຊ້ແຮງງານຫຼາຍກວ່າ 8 ຊົ່ວໂມງຕໍ່ວັນ, ແຕ່ໄດ້ຮັບຄ່າແຮງງານຕໍ່າ, ການລຸກຮື້ຂຶ້ນຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງໃນຫຼາຍປະເທດທົ່ວໂລກແມ່ນພະຍາຍາມເຮັດທຸກວິທີການເພື່ອຍາດເອົາເອກະລາດຂອງຕົນໃຫ້ລຸດພົ້ນອອກຈາກການກົດຂີ່ຂູດຮີດຢ່າງໜັກໜ່ວງ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ, ແມ່ຍິງຍັງຖືກໝິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກຂົ່ມຂູ່, ຖືກໄລ່ອອກວຽກເວລາຖືພາ. ມາເຖິງວັນທີ 08 ມີນາ 1910 ຂະບວນການຕໍ່ສູ້ຂອງແມ່ຍິງແມ່ນໄດ້ແຜ່ໄປບັນດາປະເທດທຶນນິຍົມ ແລະວັນທີ 8 ມີນາເປັນເຫດການ - ການເມືອງທີ່ສໍາຄັນ ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະທວງໃຫ້ມີສິດສະເໝີພາບລະຫວ່າງຍິງ - ຊາຍຈົນມາເຖິງປັດຈຸບັນ. ພ້ອມທັງຍົກໃຫ້ເຫັນເຖິງນະໂຍບາຍ ແລະກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ ເປັນຕົ້ນແມ່ນກົນໄກສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄວາມກ້າວໜ້າຂອງແມ່ຍິງ ແລະການພົວພັນຮ່ວມມືກັບຕ່າງປະເທດ. ຈາກນັ້ນ ໄດ້ສ້າງຂະບວນການກິລາບານສົ່ງທີ່ເດີ່ນບານສົ່ງຂອງໂຮງໝໍບໍລິເວນ 107 ຢ່າງເປັນຂະບວນຟົດຟື້ນ ແລະມ່ວນຊື່ນ.
ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ

ການຈັດຕັ້ງປ່ອນບັດ ສສຊ ຊຸດທີ່ X ແລະ ສສຂ ຊຸດທີ່ V ຢູ່ໂຮງໝໍບໍລິເວນ 107==========================       ວັນທີ 22 ກຸມພາ 2026 ...
23/02/2026

ການຈັດຕັ້ງປ່ອນບັດ ສສຊ ຊຸດທີ່ X ແລະ ສສຂ ຊຸດທີ່ V ຢູ່ໂຮງໝໍບໍລິເວນ 107
==========================
ວັນທີ 22 ກຸມພາ 2026 ໜ່ວຍເລືອກຕັ້ງທີ່ 12 ເຂດ 6 ແຂວງຫຼວງພະບາງ ໄດ້ຈັດຕັ້ງການປ່ອນບັດຢູ່ໂຮງໝໍບໍລິເວນ 107 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ຮອງເລຂາຄະນະພັກຮາກຖານ, ອຳນວຍການໂຮງໝໍບໍລິເວນ 107 ພ້ອມຄະນະພັກ-ຄະນະບັນຊາ, ມີຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ, ມີບັນດາພະນັກງານ-ນັກຮົບທົ່ວໂຮງໝໍບໍລິເວນ 107 ແລະກອງພັນນ້ອຍ 705 ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ສອນເພັດ ພັນທະວົງ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງທີ່ 12 ໄດ້ແນະນຳວິທີການ, ຂັ້ນຕອນການປ່ອນບັດ, ວິທີຂີດບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຂດເລືອກຕັ້ງທີ 6 ສະຫາຍໃຫ້ຮູ້ວ່າ: ເພື່ອເຮັດໃຫ້ບັ້ນການປ່ອນບັດ ເລືອກຕັ້ງໃນຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມຫຼັກການຂັ້ນຕອນ, ບໍ່ໃຫ້ເກີດບັນຫາບັດຕາຍ, ເຊິ່ງຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີທັງໝົດ 14 ທ່ານ ຂີດອອກ 4 ທ່ານ ເລືອກເອົາ 10 ທ່ານ ແລະຜູ້ສະໝັກ ສສຂ ມີ 7 ທ່ານ ຂີດອອກ 2 ທ່ານ ເລືອກເອົາ 5 ທ່ານ. ເຊິ່ງມີຜູ້ມາໃຊ້ສິດເລືອກຕັ້ງທັງໝົດ 437 ສະຫາຍ, ໃນການປ່ອນບັດເລືອກຕັ້ງໃນ​ຄັ້ງນີ້ແມ່ນໄດ້ສຳເລັດຕາມຄາດໝາຍ, ບໍ່ມີບັດຕາຍ.

ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ.

ຂະແໜງສະຫະພັນແມ່ຍິງໂຮງໝໍບໍລິເວນ 107 ສໍາເລັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກອງທຶນເງິນຝາກປະຈໍາປີ 2025.====================...
20/02/2026

ຂະແໜງສະຫະພັນແມ່ຍິງໂຮງໝໍບໍລິເວນ 107 ສໍາເລັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກອງທຶນເງິນຝາກປະຈໍາປີ 2025.
===============================
ວັນທີ 20 ກຸມພາ 2026 ນີ້ຂະແໜງສະຫະພັນແມ່ຍິງ ໂຮງໝໍບໍລິເວນ 107 ໄດ້ສຳເລັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກອງທຶນເງິນຝາກຊ່ວຍເຫຼືອເຊິ່ງກັນ ແລະກັນໃນປີ 2025 ຜ່ານມາ ແລະຜ່ານທິດທາງແຜນການປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ, ທີ່ປຶກສາກອງທຶນ, ມີສະຫາຍ ພັນໂທ ນາງ ທອງວັນ ຄັນທະລີ ຮັກສາການຫົວໜ້າຂະແໜງສະຫະພັນແມ່ຍິງ, ມີບັນດາອະນຸກໍາມະການກອງທຶນ, ບັນດາແຂກ, ຄະນະໜ່ວຍສະຫະພັນແມ່ຍິງຕະຫຼອດຮອດເອຶ້ອຍນ້ອງແມ່ຍິງ ແລະສະມາຊິກກອງທຶນທົ່ວກົມກອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມສະຫາຍ ພັນໂທ ນາງ ທອງວັນ ຄັນທະລີ ຮັກສາການຫົວໜ້າຂະແໜງສະຫະພັນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກອງທຶນເງິນຝາກໃນປີ 2025 ໂດຍຍົກໃຫ້ເຫັນເຖິງສະພາບການລວມ, ຈຸດປະສົງເປົ້າໝາຍຂອງກອງທຶນເງິນຝາກ ສ້າງຂຶ້ນເພື່ອຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ເຮັດໃຫ້ສະມາຊິກມີຄວາມສະດວກໃນການກູ້ຢືມໄປສ້າງເສດຖະກິດຄອບຄົວ ຫຼື ແກ້ໄຂຄວາມຈໍາເປັນຂອງຄອບຄົວດ້ວຍອັດຕາດອກເບ້ຍຕໍ່າ, ມີສະມາຊິກກອງທຶນ 248 ສະຫາຍ, ຍິງ 215 ສະຫາຍ, ມີ 2,469 ຫຸ້ນ, ມີເງິນຝາກທັງໝົດ 297,080,000 ກີບ, ສາມາດສ້າງດອກເບ້ຍໄດ້ 21,585,000 ກີບ ໃນນັ້ນດອກເບ້ຍໄດ້ແບ່ງໃຫ້ແຕ່ລະພາກສ່ວນຕາມລະບຽບຄື: ສະມາຊິກ 70%, ຄະນະກຳມະການ 8%, ທຶນສະຫວັດດີການ 7%, ທຶນສຳຮອງ(ສະສົມ) 3%, ວຽກບໍລິຫານກຸ່ມ 3%, ທີ່ປຶກສາກຸ່ມ 2%, ຂະແໜງ ສະຫະພັນແມ່ຍິງກົມກອງ 3%, ທຶນບູລະນະກົມກອງ 2%, ພະແນກສະຫະພັນແມ່ຍິງກົມໃຫຍ່ພະລາທິການ 2%.
ໂອກາດນີ້ ສະຫາຍພັນເອກ ຍຸຄອນ ຜາລີເພັງປະທານກໍ່ໄດ້ໂອ້ລົມຕໍ່ກອງປະຊຸມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ສະມາຊິກກອງທຶນເຮົາຍາດມາໄດ້ນັ້ນກໍ່ຄືການສ້າງເງື່ອນໄຂໃນການພັດທະນາຕົນເອງ, ສ້າງຄອບຄົວໃຫ້ມີຢູ່ມີກິນຕາມທິດຊີ້ນຳຂອງຂັ້ນເທິງ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລະດ້ອຍພັດທະນາ. ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະກຳມະການກອງທຶນສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານກອງທຶນໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຮັກສາເງິນກອງທຶນບໍ່ໃຫ້ຕົກເຮ່ຍເສຍຫາຍໂດຍບໍ່ມີເຫດຜົນ ແລະຮຽກຮ້ອງໃຫ້ສະມາຊິກກອງທຶນເອົາໃຈໃສ່ໃນການປະຕິບັດຂໍ້ກຳນົດກົດລະບຽບ ຂອງກອງທຶນວາງອອກໃຫ້ເຂັ້ມງວດ ແລະມີຄວາມຮັບຜິດຊອບຕໍ່ສັນຍາກູ້ຢືມທີ່ຕົນສັນຍາໄວ້.

ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ

ໂຮງໝໍບໍລິເວນ 107 ສຳເລັດການເຜີຍແຜ່ເອກະສານວຽກງານການເງິນ.       ໃນວັນທີ 18 ກຸມພາ 2026  ນີ້ໂຮງໝໍບໍລິເວນ 107 ໄດ້ສຳເລັດກອງປະຊຸ...
18/02/2026

ໂຮງໝໍບໍລິເວນ 107 ສຳເລັດການເຜີຍແຜ່ເອກະສານວຽກງານການເງິນ.
ໃນວັນທີ 18 ກຸມພາ 2026 ນີ້ໂຮງໝໍບໍລິເວນ 107 ໄດ້ສຳເລັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານວຽກງານການເງິນ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຫວນຄຳ ສຸກຈະເລີນ ຄະນະພັກຮາກຖານ, ຮອງອຳນວຍການ, ຫົວໜ້າພະແນກພະລາທິການ, ມີຄະນະພັກ-ຄະນະບັນຊາໂຮງໝໍບໍລິເວນ 107, ມີບັນດາຫົວໜ້າພະແນກ-ຂະແໜງການ ຕະຫຼອດຮອດພະນັກງານທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ພັນຕີ ຈັນທະຈອນ ຂຸນໂນລາດ ຫົວໜ້າຂະແໜງການເງິນ ໄດ້ຜ່ານບັນດາເອກະສານທີ່ສຳຄັນເປັນຕົ້ນແມ່ນ ຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງປະຕິບັດເງິນເດືອນຂອງນາຍ ແລະພົນທະຫານ ເຊີ່ງລວມມີ 8 ມາດຕາຄື: ມາດຕາ 1. ເງິນເດືອນ ພື້ນຖານຕາມຊັ້ນ, ມາດຕາ 2. ເງິນອຸດໜູນໜ້າທີ່, ມາດຕາ 3. ເງິນອຸດໜູນສົ່ງເສີມກອງທັບ, ມາດຕາ 4. ເງິນອຸດໜູນອາຍຸການ, ມາດຕາ 5. ເງິນນະໂຍບາຍຊ່ວຍໜູນລູກ-ເມຍ, ມາດຕາ 6. ເງິນອຸດໜູນຄ່າຄອງຊີບ, ມາດຕາ 7. ການຫັກ-ມອບອາກອນເງິນເດືອນ ແລະ ປະກັນສັງຄົມ, ມາດຕາ 8. ມາດຕະການຈັດຕັ້ງ ປະຕິບັດ ແລະຂໍ້ຕົກລົງວ່າດ້ວຍການກຳນົດເງິນອຸດໜູນ, ເງິນກິນເພີ່ມ ແລະເງິນນະໂຍບາຍຊ່ວຍໜູນຢູ່ໃນກອງທັບປະຊາຊົນລາວ. ຈາກນັ້ນໄດ້ມີການແລກປ່ຽນຄຳຄິດເຫັນໃນບາງມາດຕາ.
ໂອກາດນີ້ ສະຫາຍ ພັນໂທ ຫວນຄຳ ສຸກຈະເລີນ ຄະນະພັກຮາກຖານ, ຮອງອຳນວຍການ ຫົວໜ້າພະແນກພະລາທິການ ໄດ້ໃຫ້ຮູ້ວ່າການເຜີຍແຜ່ເອກະສານໃນຄັ້ງນີ້ແມ່ນເພື່ອຫັນການຄຸ້ມຄອງງົບປະມານໃນຂອບເຂດກອງທັບ ເຂົ້າສູ່ລະບຽບແບບແຜນ, ມີຄວາມເປັນເອກະພາບ ແລະ ເຂັ້ມງວດ, ພ້ອມທັງໄດ້ມີຄຳເຫັນຊີ້ແຈງເພີ່ມເຕີມກ່ຽວກັບບາງມາດຕາ ເພື່ອເຮັດໃຫ້ພະນັກງານ-ນັກຮົບໄດ້ເຂົ້າໃຈຢ່າງຈະແຈ້ງ ແລະນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບວຽກງານຕົວຈິງຂອງຕົນ.

ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ.

ໂຮງໝໍບໍລິເວນ 107 ສຳເລັດພິທີມອບບັດສະມາຊິກພັກ.=======================ວັນທີ 27 ມັງກອນ 2026 ນີ້ ໂຮງໝໍບໍລິເວນ 107 ໄດ້ຈັດພິທີມ...
27/01/2026

ໂຮງໝໍບໍລິເວນ 107 ສຳເລັດພິທີມອບບັດສະມາຊິກພັກ.
=======================
ວັນທີ 27 ມັງກອນ 2026 ນີ້ ໂຮງໝໍບໍລິເວນ 107 ໄດ້ຈັດພິທີມອບບັດສະມາຊິກພັກ ຊຸດທີ VII ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍ, ມີຄະນະພັກ-ຄະນະບັນຊາ, ມີບັນດາຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກທີ່ໄດ້ຮັບບັດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພັນໂທ ຈັນເພັງ ຫົງດາສັກ ຄະນະພັກຮາກຖານ ຫົວໜ້າພະແນກແຜນການສັງລວມ ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ເລກທີ 7441, ລົງວັນທີ 31 ທັນວາ 2025 ວ່າດ້ວຍການຮັບຮອງອອກບັດສະມາຊິກພັກສົມບູນ ຊຸດທີ VII ໃຫ້ສະຫາຍສະມາຊິກພັກຢູ່ຄະນະພັກກົມໃຫຍ່ພະລາທິການກອງທັບ ຈໍານວນ 622 ສະຫາຍ, ໃນນັ້ນ ມີສະມາຊິກພັກໂຮງໝໍບໍລິເວນ 107 ຈໍານວນ 62 ສະຫາຍ, ຍິງ 39 ສະຫາຍ. ໂດຍແມ່ນ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ປະທານພິທີ ໃຫ້ກຽດຂຶ້ນມອບບັດສະມາຊິກພັກສົມບູນຢ່າງສົມກຽດ.
ໃນໂອກາດນີ້ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງໝໍບໍລິເວນ 107 ໄດ້ໃຫ້ຮູ້ກ່ຽວກັບຄວາມໝາຍສຳຄັນ ແລະຈຸດປະສົງຂອງການມອບບັດສະມາຊິກພັກໃນຄັ້ງນີ້ວ່າ ບັດສະມາຊິກພັກ ແມ່ນເອກະສານຢັ້ງຢືນເຖິງຖານະນາມຂອງສະມາຊິກພັກສົມບູນຜູ້ທີ່ດີເດັ່ນ, ສາມາດເຮັດລ້ອນໜ້າທີ່, ມີຄວາມບໍລິສຸດສັດຊື່ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຈົ່ງຮັກພັກດີຕໍ່ອຸດົມຄະຕິຂອງພັກ, ເປັນແບບຢ່າງທີ່ດີຕໍ່ການປະຕິບັດກົດລະບຽບຂອງພັກ ແລະກົດໝາຍຂອງລັດ, ຮັບປະກັນ ເຮັດໃຫ້ພາຍໃນພັກມີຄວາມປອດໃສ-ເຂັ້ມແຂງ-ໜັກແໜ້ນ, ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກໃນເງື່ອນໄຂພັກກຳອຳນາດ, ເປັນການປັບປຸງ ທັດສະນະຫຼັກໝັ້ນ, ອຸດົມການ, ແນວຄິດ ແລະ ການກະທຳຂອງຖັນແຖວສະມາຊິກພັກໃຫ້ມີຄວາມໜັກແໜ້ນ, ພາຍຫຼັງໄດ້ຮັບບັດສະມາຊິກພັກຕ້ອງໄດ້ຝຶກຝົນຫຼ່ໍຫຼອມຕົນເອງຮອບດ້ານ, ຫຼີກເວັ້ນແນວຄິດໃນຕົວ, ນໍາໃຊ້ບັດສະມາຊິກພັກ ໃຫ້ຖືກຕ້ອງຕາມການກໍານົດ ໃນມະຕິກົມການເມືອງສູນກາງພັກ ແລະຮັກສາບັດສະມາຊິກພັກບໍ່ໃຫ້ຕົກເຮ່ຍເສຍຫາຍແບບບໍ່ສົມເຫດສົມຜົນ.

ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ.

ການນໍາພັກ-ລັດແຂວງຫຼວງພະບາງເຂົ້າຢ້ຽມຢາມໂຮງໝໍບໍລິເວນ 107==========================         ໃນວັນທີ 19 ມັງກອນ 2026 ນີ້ ການນ...
20/01/2026

ການນໍາພັກ-ລັດແຂວງຫຼວງພະບາງເຂົ້າຢ້ຽມຢາມໂຮງໝໍບໍລິເວນ 107
==========================
ໃນວັນທີ 19 ມັງກອນ 2026 ນີ້ ການນໍາພັກ-ລັດ ແຂວງຫຼວງພະບາງໄດ້ເຂົ້າຢ້ຽມຢາມໂຮງໝໍບໍລິເວນ 107 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2026) ນໍາໂດຍ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ດຣ ໄພວັນ ຈັນທະສຸກ ອໍານວຍການໂຮງໝໍບໍລິເວນ 107 ພ້ອມດ້ວຍຄະນະ.
ໂອກາດນີ້ ທ່ານ ພັນເອກ ດຣ ໄພວັນ ຈັນທະສຸກ ອໍານວຍການໂຮງໝໍບໍລິເວນ 107 ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານຂອງໂຮງໝໍໃນໄລຍະ 01 ປີຜ່ານມາ. ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ໄດ້ຕາງໜ້າຄະນະຢ້ຽມຢາມໄດ້ກ່າວຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້ ແມ່ນເພື່ອອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທັງເປັນການສະແດງຄວາມຂອບໃຈທີ່ທາງໂຮງໝໍຂອງພວກເຮົາໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນດູແລສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ-ນັກຮົບໃນຖັນແຖວກອງທັບ ຊ່ວຍໃຫ້ກຳລັງປ້ອງກັນຊາດກໍ່ຄືພະນັກງານ, ນາຍ ແລະພົນທະຫານມີສຸຂະພາບແຂງແຮງ, ສາມາດເຮັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ຢ່າງເຂັ້ມແຂງ ພ້ອມທັງມອບເງິນ ຈໍານວນ 50,000,000 ກີບ (ຫ້າສິບລ້ານກີບ), ກອງບັນຊາການທະຫານແຂວງຫຼວງພະບາງກໍ່ໄດ້ມອບເງິນ ຈໍານວນ 5,000,000 ກີບ (ຫ້າລ້ານກີບ) ແລະຂອງຂວັນອີກຈໍານວນໜຶ່ງ ໃຫ້ທາງໂຮງໝໍ. ຈາກນັ້ນໄດ້ເຂົ້າຢ້ຽມຢາມພະນັກງານທະຫານ ແລະ ພໍ່ແມ່ປະຊາຊົນທີ່ກຳລັງນອນປິ່ນປົວຢູ່ໂຮງໝໍບໍລິເວນ 107 ພ້ອມທັງມອບເຄື່ອງຈໍານວນໜຶ່ງ ເພື່ອເປັນກຳລັງໃຈໃຫ້ຜູ້ບາດເຈັບ ແລະເຈັບປ່ວຍໄດ້ຫາຍດີໄວ.

ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ.

ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຢ່າງສຸດໃຈ!
20/01/2026

ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຢ່າງສຸດໃຈ!

ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຢ່າງສຸດໃຈ 20/01/1949-20/01/2026

20-01-2026
ສະຖານີໂທລະພາບກອງທັບປະຊາຊົນລາວ ຊ່ອງ LATV



Facebook : https://www.facebook.com/LATV7CHANNEL
Youtube : https://www.youtube.com/
TikTok : https://www.tiktok.com/
Website : http://latv.la

ໂຮງໝໍບໍລິເວນ 107 ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈໍາປີ 2025. ====================          ໃນຕອນເຊົ້າຂອງວັນທີ 14 ...
20/01/2026

ໂຮງໝໍບໍລິເວນ 107 ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈໍາປີ 2025.
====================
ໃນຕອນເຊົ້າຂອງວັນທີ 14 ມັງກອນ 2026 ຜ່ານມານີ້ ໂຮງໝໍບໍລິເວນ 107 ໄດ້ສຳເລັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2025 ແລະທິດທາງແຜນການປີ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ອຳນວຍໂຮງໝໍບໍລິເວນ 107, ມີສະຫາຍ ພັນເອກ ຍຸຄອນ ຜາລີເພັງ ຫົວໜ້າການເມືອງໂຮງໝໍບໍລິເວນ 107 ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ມີບັນດາສະຫາຍຫົວໜ້າພະແນກການ-ຂະແໜງການ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ພັນໂທ ຈັນເພັງ ຫົງດາສັກ ຫົວໜ້າພະແນກແຜນການສັງລວມ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2025 ຕະຫຼອດໄລຍະ 1 ປີຜ່ານມາ ເຫັນວ່າພະນັກງານ-ນັກຮົບ ທົ່ວກົມກອງມີແນວຄິດຫຼັກໝັ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ໄດ້ເປັນຢ່າງດີສະແດງອອກຄື: ໄດ້ນາມມະຍົດຢັ້ງຢືນເປັນກົມກອງ 3 ປອດ, ນາມມະຍົດຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃນຂົງເຂດວຽກງານການແພດໄດ້ມີຜູ້ເຂົ້າມາໃຊ້ບໍລິການ ກວດທັງໝົດ 52,193 ເທື່ອຄົນ, ຄົນເຈັບເຂົ້ານອນ 8,710 ເທື່ອຄົນ, ປິ່ນປົວດີ 8,524 ເທື່ອຄົນ, ສົ່ງໂຮງໝໍອື່ນ 165 ເທື່ອຄົນ ແລະເສຍຊີວິດ 21 ກໍລະນີ, ສໍາລັບຄົນເຈັບທີ່ມີປະກັນສຸຂະພາບເຂົ້າມາໃຊ້ບໍລິການ ທັງໝົດ 11,744 ເທື່ອຄົນ ໃນນີ້ຜູ້ປະກັນຕົນ 7,443 ເທື່ອຄົນ, ຄູ່ສົມລົດ 1,962 ເທື່ອຄົນ ແລະລູກ 2,339 ເທື່ອຄົນ. ໃນປີຜ່ານມາສາມາດສ້າງລາຍຮັບສະເລ່ຍໃສ່ຫົວຄົນໄດ້ 2,290,000ກີບ/ຄົນ/ປີ (ໃນຈໍານວນພົນ 429 ຄົນ) ນອກນັ້ນກໍ່ໄດ້ມີນະໂຍບາຍຊ່ວຍເຫຼືອ ພະນັກງານ, ພໍ່ແມ່ຂອງພະນັກງານໃນກົມກອງເສຍ ຊີວິດ ຈໍານວນ 10 ຄົນ ລວມເປັນເງິນ 15,600,000 ກີບ, ນະໂຍບາຍພະນັກງານເຂົ້າຮັບເບ້ຍບໍານານ 05 ສະຫາຍ ເປັນເງິນ 95,735,000 ກີບ. ຂົງເຂດວຽກງານ ພະລາທິການກໍ່ໄດ້ເອົາໃຈໃສ່ຕໍ່ວຽກງານ ອຸປະໂພກ-ບໍລິໂພກ, ຄຸ້ມຄອງພາຫະນະ ນໍ້າມັນເຊື້ອໄຟ, ວຽກງານກໍ່ສ້າງໄດ້ສ້ອມແປງຫ້ອງການ, ຫ້ອງນອນຄົນເຈັບ, ເທເບຕົງເສັ້ນທາງພາຍໃນໂຮງໝໍ, ສ້ອມແປງເຄື່ອງມືການແພດ, ອຸປະກອນໄຟຟ້າ-ນໍ້າ ປະປາ ແລະອື່ນໆ ລວມມູນຄ່າ 737,091,025 ກີບ, ຈາກນັ້ນແຕ່ລະຂົງເຂດວຽກງານໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ບົດສະຫຼຸບວຽກງານຮອບດ້ານປະຈໍາປີ 2025 ເພື່ອເຮັດໃຫ້ມີຄວາມສົມບູນ ຍິ່ງຂຶ້ນ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ.
ໂອກາດນີ້ ສະຫາຍປະທານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ ກົມກອງພວກເຮົາຍາດມາໄດ້ນັ້ນກໍ່ຍ້ອນໄດ້ຮັບ ການເອົາໃຈໃສ່ຢ່າງໃກ້ຊິດຕິດແທດຈາກຄະນະພັກ-ຄະນະບັນຊາ ແລະຄວາມຫ້າວຫັນບຸກບືນ ຂອງພະນັກງານ - ນັກຮົບທີ່ມີຄວາມຕື່ນຕົວຕໍ່ໜ້າທີ່ ວຽກງານໂດຍຖືເອົາຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດ, ປະຕິບັດຕາມຄໍາຂວັນ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກ, ສະຫາຍໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ, ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດ, ພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານວິຊາການ, ວິຊາສະເພາະ-ເຕັກນິກ ການແພດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງ ມອບໝາຍໃຫ້, ສືບຕໍ່ສ້າງກົມກອງໃຫ້ມີ ຄວາມເຂັ້ມແຂງຮອບດ້ານ, ມີຄວາມສະຫງົບໂດຍພື້ນຖານ ແລະສືບຕໍ່ສ້າງໃຫ້ໄດ້ກົມກອງວັດທະນະທຳສະໄໝທີ່ 3.

ຂ່າວ: ນາງ ສຸລິຈັນ ພັດທະນາ.
ພາບ: ພັນຕີ ສົມພອນ ພວງແກ້ວ

ໂຮງໝໍບໍລິເວນ 107 ສຳເລັດພິທີຮັບສະມາຊິກພັກສຳຮອງ-ສົມບູນ.============================        ໃນລະຫວ່າງວັນທີ 7-8 ມັງກອນ 2026 ...
09/01/2026

ໂຮງໝໍບໍລິເວນ 107 ສຳເລັດພິທີຮັບສະມາຊິກພັກສຳຮອງ-ສົມບູນ.
============================
ໃນລະຫວ່າງວັນທີ 7-8 ມັງກອນ 2026 ນີ້ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ໂຮງໝໍບໍລິເວນ 107 ໄດ້ຈັດຕັ້ງພິທີຮັບສະມາຊິກພັກສໍາຮອງ-ສົມບູນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ຮອງເລຂາຄະນະພັກຮາກຖານ, ອໍານວຍການໂຮງໝໍບໍລິເວນ 107 ແລະມີບັນດາສະຫາຍ ຄະນະພັກຮາກຖານພັດປ່ຽນກັນເປັນປະທານພິທີ, ມີສະຫາຍ ພັນຕີ ສີລາກອນ ບຸນພະຍອງ ຮັກສາການຫົວໜ້າຂະແໜງຈັດຕັ້ງພັກ, ມີບັນດາສະຫາຍຄະນະໜ່ວຍພັກ, ມີບັນດາສະມາຊິກພັກສົມບູນ-ສຳຮອງ ຕະຫຼອດຮອດບັນດາສະຫາຍສະມາຊິກພັກໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍພັນຕີ ສີລາກອນ ບຸນພະຍອງ ຮັກສາການຫົວໜ້າຂະແໜງຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການອະນຸມັດມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະອະນຸມັດສະມາຊິກພັກສໍາຮອງເລື່ອນເຂົ້າເປັນສະມາຊິກພັກສົມບູນ ໂດຍອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດ 2 ຂໍ້ ກໍ, ຂໍ້ 1, ຂໍ້ 2 ແລະຂໍ້ 3 ຄະນະພັກກົມໃຫຍ່ພະລາທິການໄດ້ຕົກລົງຮັບຮອງເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 01 ສະຫາຍ, ຍິງ 01 ສະຫາຍ, ເລື່ອນສະມາຊິກພັກສຳຮອງເຂົ້າເປັນສະມາຊິກພັກສົມບູນ 05 ສະຫາຍ, ຍິງ 01 ສະຫາຍ, ໃນນັ້ນມີ ໜ່ວຍພັກພະແນກພາຍໃນ+ສຸກເສີນ+ ໄຂ່ຫຼັງທຽມ 01 ສະຫາຍ, ໜ່ວຍພັກພະແນກຫ້ອງກວດ-ເດັກ 01 ສະຫາຍ, ໜ່ວຍພັກພະແນກປະສູດ 01 ສະຫາຍ, ໜ່ວຍພັກພະແນກວິເຄາະ 01 ສະຫາຍ, ໜ່ວຍພັກພະແນກພະລາທິການ 01 ສະຫາຍ ແລະໜ່ວຍພັກນັກສຶກສາແພດ 01 ສະຫາຍ. ຈາກນັ້ນ ບັນດາສະຫາຍຄະນະໜ່ວຍພັກໄດ້ກ່າວຮັບເອົາສະມາຊິກພັກສົມບູນ ແລະສະມາຊິກພັກສຳຮອງໃໝ່ ພ້ອມທັງອະທິບາຍຂໍ້ກຳນົດ, ກົດລະບຽບ ແລະຂໍ້ຫ້າມຂອງສະມາຊິກພັກ.
ໂອກາດນີ້ ສະຫາຍປະທານ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກໃໝ່ກ່ອນອື່ນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ບັນດາສະຫາຍທີ່ຍາດມາໄດ້ນັ້ນກໍ່ຍ້ອນການບຸກບືນຫ້າວຫັນຂອງຕົນເອງ, ໝູ່ເພື່ອນ, ຄອບຄົວ ແລະການຈັດຕັ້ງຢ່າງໃກ້ຊິດຕິດແທດ, ສະຫາຍໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຂອງພັກ ໂດຍສະເພາະແມ່ນການຮັກສາຄວາມລັບຂອງພັກ, ກໍາແໜ້ນ ແລະເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດຢ່າງຕາຍໃຈ, ຮູ້ຈໍາແນກມິດ ແລະສັດຕູຢ່າງຈະແຈ້ງ, ມີຄວາມສາມັກຄີພາຍໃນ - ພາຍນອກຢ່າງແໜ້ນແຟ້ນ, ອີກເທື່ອໜຶ່ງສະຫາຍໄດ້ຮຽກຮ້ອງໃຫ້ສະມາຊິກພັກສົມບູນ-ສຳຮອງສືບຕໍ່ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນ, ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະສືບຕໍ່ສ້າງສາພັດທະນາກົມກອງ ໃຫ້ເຂັ້ມແຂງໜັກແໜ້ນຢ່າງຮອບດ້ານ.

ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ.

ຂະແໜງຊາວໜຸ່ມໂຮງໝໍບໍລິເວນ 107 ສຳເລັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2025.===========================ວັນທີ 26 ທັນວ...
31/12/2025

ຂະແໜງຊາວໜຸ່ມໂຮງໝໍບໍລິເວນ 107 ສຳເລັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2025.
===========================
ວັນທີ 26 ທັນວາ 2025 ຜ່ານນີ້ ຂະແໜງຊາວໜຸ່ມໂຮງໝໍບໍລິເວນ 107 ໄດ້ສຳເລັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2025 ໂດຍການເປັນປະທານຂອງສະຫາຍ ພັນໂທ ສີແພງ ມີດາຈັນ ຄະນະພັກຮາກຖານ, ຫົວໜ້າພະແນກການເມືອງໂຮງໝໍບໍລິເວນ 107, ມີສະຫາຍ ຮ້ອຍເອກ ພອນສັກ ລໍໄພບູນ ຫົວໜ້າຂະແໜງຊາວໜຸ່ມ, ມີບັນດາຄະນະໜ່ວຍພັກ, ຄະນະໜ່ວຍຊາວໜຸ່ມພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຮ້ອຍເອກ ພອນສັກ ລໍໄພບູນ ຫົວໜ້າຂະແໜງຊາວໜຸ່ມ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງຂະແໜງຊາວໜຸ່ມໂຮງໝໍບໍລິເວນ 107 ໃນໄລຍະຜ່ານມາ ເຫັນໄດ້ວ່າສະມາຊິກຊາວໜຸ່ມມີແນວຄິດຫຼັກໜັ້ນ, ອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີສະຕິຕໍ່ການຈັດຕັ້ງ, ສະມາຊິກຊາວໜຸ່ມເຮັດໜ້າທີ່ວິຊາສະເພາະການແພດໄດ້ດີ, ມີຜົນງານທີ່ພົ້ນເດັ່ນຄື: ກວດເລືອດ, ປິ່ນປົວ ແລະວາງຢາໃຫ້ຄົນເຈັບ 65,320 ຄັ້ງ, ສ່ອງລັງສີ 5,961 ເທື່ອຄົນ, ກວດເດັກ 3,044 ເທື່ອຄົນ, ກວດແມ່ມານຝາກທ້ອງ 2,943 ເທື່ອຄົນ, ຄຽງຄູ່ກັນນັ້ນກໍ່ໄດ້ເຄື່ອນໄຫວວຽກງານຂະບວນການຕ່າງໆຂອງກົມກອງເຊັ່ນ: ຂະບວນການກິລາກາຍຍະກຳ, ຂະບວນການສິລະປະວັນນະຄະດີ, ຂະບວນການອອກແຮງງານ, ວຽກງານປັບປຸງກໍ່ສ້າງຄ້າຍຄູ ແລະຜ່ານທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ ຜ່ານຂໍ້ຕົກລົງຂອງຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການສິ້ນສຸດການເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຈໍານວນ 10 ສະຫາຍ, ຍິງ 08 ສະຫາຍ.
ໂອກາດນີ້ສະຫາຍປະທານກໍ່ໄດ້ ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະຜົນສໍາເລັດທີ່ສະມາຊິກຊາວໜຸ່ມໂຮງໝໍບໍລິເວນ 107 ຍາດມາໄດ້, ສະຫາຍໄດ້ຮຽກຮ້ອງໃຫ້ອ້າຍນ້ອງຊາວໜຸ່ມທົ່ວກົມກອງຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປະຕິບັດຂໍ້ກໍານົດ ກົດລະບຽບ, ຍົກສູງສະຕິຕໍ່ການຈັດຕັ້ງ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງທາງດ້ານຄຸນສົມບັດ ສິນທຳປະຕິວັດ, ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃຫ້ໄດ້ດີ, ຍົກສູງນໍ້າໃຈແພດປະຕິວັດຕິດພັນກັບຄໍາຂວັນ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກ ທັງເປັນກໍາລັງແຮງໃຫ້ກົມກອງ ໃຫ້ສົມກັບຄໍາຂະໜານນາມວ່າ: "ຊາວໜຸ່ມປຽບເໝືອນນົກອິນຊີໃນຍຸກໃໝ່ ເປັນສິນໄຊໃນຍຸກປັດຈຸບັນ" ແລະ ພ້ອມກັນສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື່ອຍໆ.

ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ.

Address

สนามบินสากลหลวงพระบาง
Luang Prabang

Telephone

+8562054999256

Website

Alerts

Be the first to know and let us send you an email when ໂຮງໝໍບໍລິເວນ 107 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Practice

Send a message to ໂຮງໝໍບໍລິເວນ 107:

Share

Category