Agriculture For Nutrition Project Phase II - AFN II

Agriculture For Nutrition Project Phase II - AFN II The Project will be implemented in 6 provinces, 20 districts and approximately 500 villages.

ເມືອງລະມາມ ສຳເລັດການຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ຄະນະບໍລິຫານກຸ່ມການຜະລິດ ໃນ 10ບ້ານເປົ້າໝາຍປີ 2025 ມີ 17 ກຸ່ມຜະລິດຄື:- ບ...
29/04/2026

ເມືອງລະມາມ ສຳເລັດການຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ຄະນະບໍລິຫານກຸ່ມການຜະລິດ ໃນ 10ບ້ານເປົ້າໝາຍປີ 2025 ມີ 17 ກຸ່ມຜະລິດຄື:
- ບ້ານປະອໍ: ກຸ່ມລ້ຽງໄກ່ ແລະ ກຸ່ມລ້ຽງຫມູ.
- ບ້ານໄກ່ເງງ: ກຸ່ມປູກກະເຟ 2ກຸ່ມ.
- ບ້ານນາເວີ: ກຸ່ມປູກະເຟ ແລະ ກຸ່ມລ້ຽງແບ້.
- ບ້ານຕະອູນ: ກຸ່ມລ້ຽງແບ້ 2 ກຸ່ມ.
- ບ້ານຕອກອົງແກ້ວ: ກຸ່ມລ້ຽງໝູ 2 ກຸ່ມ.
- ບ້ານຈະນຳ: ກຸ່ມລ້ຽງແບ້.
- ບ້ານໂພນໄຜ່: ກຸ່ມລ້ຽງແບ້.
- ບ້ານປາຫຶງ: ກຸ່ມລ້ຽງແບ້.
- ບ້ານຈະວີກ: ກຸ່ມລ້ຽງແບ້ ແລະ ກຸ່ມລ້ຽງໝູ.
- ບ້ານນາວາ: ກຸ່ມລ້ຽງແບ້ 2 ກຸ່ມ.

ໃນລະຫວ່າງວັນທີ 6-9 ເມສາ 2026 ທີ່ຜ່ານມາ  ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ປະຈໍາເມືອງ ດາກຈຶງ ໄດ້ລົງມອບທຶນສວນຄົວໃຫ້ກຸ່ມເປົ...
23/04/2026

ໃນລະຫວ່າງວັນທີ 6-9 ເມສາ 2026 ທີ່ຜ່ານມາ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ປະຈໍາເມືອງ ດາກຈຶງ ໄດ້ລົງມອບທຶນສວນຄົວໃຫ້ກຸ່ມເປົ້າໝາຍ 5 ບ້ານຄື: ບ້ານ ຕົງຊຽງ, ບ້ານ ດາກສຽງອາ, ບ້ານ ດາກຢາງ, ບ້ານ ດາກແຢຣນ ແລະ ບ້ານ ຈະລິງ ພາຍໃນ 5 ບ້ານ ມີ 65 ຄົວເຮືອນ ທີ່ໄດ້ຮັບທຶນ ລວມເປັນເງິນ 162.500.000 ກີບ ທຶນດັ່ງກ່າວແມ່ນນໍາໄປຊື້ແນວພັນພຶດມາປູກ ( ແນວພັນຜັກ ) ແລະ ແນວພັນສັດນ້ອຍ( ເປັດ,ໄກ່ ) ມາລ້ຽງເພື່ອຄໍ້າປະກັນສະບຽງອາຫານໃນຄົວເຮືອນ, ນອກຈາກການມອບແລ້ວ ຄະນະປະສານງານຂັ້ນແຂວງ ແລະ ຂັ້ນເມືອງ ຍັງໄດ້ລົງຊຸກຍູ້ຕິດຕາມກິດຈະກຳຢູ່ 5 ບ້ານ ທີ່ໄດ້ຮັບທຶນມາແລ້ວໃນປີ 2024 ແລະ ປີ 2025 ເປັນຕົ້ນກິດຈະກຳກຸ່ມຜິດລິດ, ກິດຈະກຳປູກຜັກສວນຄົວ ພ້ອມທັງໄດ້ໃຫ້ຄໍາແນະນໍາການປູກ ແລະ ການລ້ຽງເພື່ອໃຫ້ມີຄວາມຢືນຢົງ ແລະ ໄດ້ຮັບຜົນປະໂຫຍດສູງສຸດແກ່ຄອບຄົວ.

22/04/2026
ໃນລະຫວ່າງວັນທີ 31 ມີນາ ຫາ ວັນທີ 5 ເມສາ 2026 ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ປະຈໍາເມືອງ ດາກຈຶງ ໄດ້ລົງຕິດຕາມການສອນບົດຮຽນ...
22/04/2026

ໃນລະຫວ່າງວັນທີ 31 ມີນາ ຫາ ວັນທີ 5 ເມສາ 2026 ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ປະຈໍາເມືອງ ດາກຈຶງ ໄດ້ລົງຕິດຕາມການສອນບົດຮຽນທີ 1 ໃນສູນຮຽນຮູ້ໂພຊະນາການ ຢູ 10 ບ້ານ ປີ 2026 ຂອງໂຄງການ ການລົງເຄື່ອນໄຫວຕິດຕາມຄັ້ງນີ້ມີ ຜູ້ປະສານງານ ໂຄງການກະສິກຳ ເພື່ອໂພຊະນາການໄລຍະ 2 ປະຈໍາເມືອງ ດາກຈຶງ, ຜູ້ປະສານ ອົງການຫານໂລກ ປະຈໍາເມືອງ ດາກຈຶງ, ພະນັກງານຫ້ອງການກະສິກຳ ແລະ ສິ່ງແວດລ້ມ ເມືອງ ດາກຈຶງ, ຜູ້ປະສານຈາກຂະແໜງການອ້ອມຂ້າງ ມາຈາກ ຫ້ອງການສາທາລະນະສຸກ, ຫ້ອງການສະຫະພັນແມ່ຍິງເມືອງ ບົດຮຽນທີ 1 ແມ່ນຄວາມຮູ້ພື້ນຖານດ້ານໂພຊະນາການ , ການຂາດສານອາຫານ, ລັກຊະນະການຂາດສານອາຫານ ປະເພດການຂາດສານອາຫານ, ສາເຫດການຂາດສານອາຫານ ເຊີ່ງການສອນບົດຮຽນໃຫ້ກຸ່ມເປົ້າໝາຍແມ່ນ ຜູ້ອໍານວຍຄວາມສະດວກຂັ້ນ ທີ່ໄດ້ຜ່ານການຝຶກອົບຮົມ ການເປັນຄູຝຶກມາແລ້ວເປັນຜູ້ຝຶກໃຫ້ກຸ່ມເປົ້າໝາຍຂັ້ນບ້ານ ໃນການຕິດຕາມຄັ້ງນີ້ ເຫັນໄດ້ວ່າ ຜູ້ນວຍຄວາມສະດວກຂັ້ນບ້ານ ໄດ້ມາຄວາມສາມາດໃນການໃຫ້ຄວາມແກ່ກຸ່ມໄດ້ດີ ໂດຍມີແລກປ່ຽນຄໍາຄິດຄໍາເຫັນລະຫວ່າງຄູຝຶກ ແລະ ນັກສໍາມະນາກອນກຸ່ມເປົ້າໝາຍ ແມ່ນ ແມ່ຍິງຖືພາ ແລະ ແມ່ຍິງລ້ຽງລູກອາຍຸ ຕໍ່າກົ່ວ 2 ປີ ເຊີ່ງມີຜູ້ເຂົ້າຮ່ວມ ທັງໝົດ 10 ບ້ານ 491 ຄົນ ຍິງ 467 ຄົນ

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງພູວົງ - AFN II Phouvongສຳເລັດການຝຶກອົບຮົມບົດບາດຍິງ-ຊາຍໃນ 05 ບ້ານເປົ້າໝາຍຂອງໂຄງການກ...
21/04/2026

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງພູວົງ - AFN II Phouvong
ສຳເລັດການຝຶກອົບຮົມບົດບາດຍິງ-ຊາຍໃນ 05 ບ້ານເປົ້າໝາຍຂອງໂຄງການກະສິກໍາເພື່ອໂພຊະນາການ ໄລຍະ2 ມີຄື: ບ້ານພູໂຮມ, ບ້ານລະມອງ, ບ້ານຄໍາວົງສາ, ບ້ານນ້ໍາກົງ ແລະ ບ້ານສົມບູນ. ໃນຄັ້ງວັນທີ18-24 ມີນາ 2026 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 108 ຄົນ, ຍິງ 70 ຄົນ.

ໃນທ້າຍເດືອນ ມີນາ 2026 ຜ່ານມາ ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງແບງ ໄດ້ຈັດຝຶກອົບຮົມການເປັນຄູຝຶກ ໃຫ້ຜູ້ອຳນວຍຄວາມສະດວກຂ...
20/04/2026

ໃນທ້າຍເດືອນ ມີນາ 2026 ຜ່ານມາ ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງແບງ ໄດ້ຈັດຝຶກອົບຮົມການເປັນຄູຝຶກ ໃຫ້ຜູ້ອຳນວຍຄວາມສະດວກຂັ້ນບ້ານ ປີ 2026 ຈຳນວນ 8 ບ້ານ ທີ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແບງ ໂດຍການເປັນປະທານ ຂອງ ທ່ານ ທອງນ່ານ ສີອາພອນ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ຮອງປະທານຊີ້ນຳໂຄງການຂັ້ນເມືອງ, ມີຜູ້ຕາງໜ້າຈາກອົງການອາຫານໂລກ (WFP), ຫ້ອງການປະສານງານໂຄງການຂັ້ນແຂວງ, ທີມງານຄູຝຶກຂັ້ນເມືອງ ແລະ ຜູ້ອຳນວຍຄວາມສະດວກຂັ້ນບ້ານ ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 32 ທ່ານ ການຝຶກອົບຮົມຄັ້ງນີ້ ບັນດາທ່ານຄູຝຶກຂັ້ນເມືອງ ໄດ້ມີການຖ່າຍຖອດບັນດາຄວາມຮູ້, ເຕັກນິກ, ວິທີການຕ່າງໆ ໃຫ້ຜູ້ອຳນວຍຄວາມສະດວກຂັ້ນບ້ານທີ່ເຂົ້າຮ່ວມການຝືກອົບຮົມ ເຊິ່ງມີຫຼາຍຫົວຂໍ້ທີ່ນຳມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ: ຄວາມຮູ້ພື້ນຖານທາງດ້ານໂພຊະນາການ; ສາເຫດ ແລະ ຜົນກະທົບຂອງການຂາດສານອາຫານ; ອານຫານທີ່ມີຄວາມສຳຄັນ (ມີວິຕາມິນ ແລະ ແຮ່ທາດ); ການເຮັດກະສິກຳໃນຄົວເຮືອນ (ການປູກ, ການລ້ຽງ); ເງື່ອນໄຂ ແລະ ຂັ້ນຕອນໃນການຂຽນແຜນຂໍທຶນສວນຄົວຈາກໂຄງການ ຜ່ານການຝືກອົບຮົມຕົວຈິງ ບັນດາຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງຜັດປ່ຽນການຂຶ້ນນຳສະເໜີບົດຮຽນໃນແຕ່ລະກຸ່ມ ເພື່ອສ້າງຄວາມລື້ນເຄີຍ ແລະ ສາມາດນຳເອົາບົດຮຽນທີ່ໄດ້ຈາກການຝຶກອົບຮົມ ໄປສອນຕໍ່ໃຫ້ກຸ່ມເປົ້າໝາຍຢູ່ພາຍໃນບ້ານຂອງຕົນເອງ ຕອນທ້າຍຂອງການຝຶກອົບຮົມ ໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມ ໃຫ້ກຽດມອບໂດຍ ທ່ານ ທອງນ່ານ ສີອາພອນ ປະທານການຝຶກອົບຮົມ ແລະ ທ່ານຍັງໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວຢູ່ຂັ້ນບ້ານ ໃຫ້ໄດ້ຮັບຜົນດີ.

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງກະລຶມ - AFN II Kaleum🍒ຝຶກຄູຝຶກສຳລັບ 4 ບົດຮຽນໃຫ້ແກ່ຜູ້ອຳນວຍຄວາມສະດວກຂັ້ນບ້ານ🍒ໃນລະຫວ...
06/04/2026

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງກະລຶມ - AFN II Kaleum
🍒ຝຶກຄູຝຶກສຳລັບ 4 ບົດຮຽນໃຫ້ແກ່ຜູ້ອຳນວຍຄວາມສະດວກຂັ້ນບ້ານ🍒
ໃນລະຫວ່າງວັນທີ 23-27 ມີນາ 2026 ໂຄງການກະສິກຳເພື່ອໂພສະນາການໄລຍະ2 ໄດ້ຈັດຝຶກອົບຮົມ ຄູຝຶກສຳລັບ 4 ບົດຮຽນໃຫ້ແກ່ຜູ້ອຳນວຍຄວາມສະດວກຂັ້ນບ້ານ 10 ບ້ານເປົ້າໝາຍ 2026 ໂດຍການເປັນປະທານຂອງທ່ານ ໜູການ ໄຂພັນຫຼ່ຽມ ຜູ້ປະສານງານໂຄງການມີຜູ້ເຂົ້າຮ່ວມຈາກພະແນກກະສິກຳ ແລະ ສິ່ງແວດລ້ວມແຂວງ, ຜະສານງານອາຫານໂລກຂັ້ນແຂວງ ຄູຝຶກຈາກຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຜູ້ອຳນວຍຄວາມສະດວກຂັ້ນບ້ານ ລວມ 32 ທ່ານ ຍີງ 21 ທ່ານ

ໃນວັນທີ 20-22ມີນາ 2026  ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ - AFN II Pakbeng  ໄດ້ສໍາເລັດການຝືກອົບຮົມວຽກສັດຕະວະແ...
02/04/2026

ໃນວັນທີ 20-22ມີນາ 2026 ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ - AFN II Pakbeng ໄດ້ສໍາເລັດການຝືກອົບຮົມວຽກສັດຕະວະແພດຂັ້ນບ້ານໃຫ້ ບ້ານເປົ້າຫມາຍປີ 2024 ຈໍານວນ 5ບ້ານຄື: ບ້ານ ຈອມແລງໃຫຍ່, ບ້ານ ກອນລາງ, ກອງວາງ, ພູຊາງ ແລະ ບ້ານ ພູຫູງ ຢູ່ທີ່ຫ້ອງການ ບ້ານ ຈອມແລງໃຫຍ່ ໃນການຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ວິຊາການຂັ້ນບ້ານໃຫ້ເປັນສັດຕະວະແພດຂັ້ນບ້ານ ກໍຄືເຕັກນິກປ້ອງກັນ ແລະ ປິນປົວສັດຂັ້ນພື້ນຖານ ແລະ ມອບເຄື່ອງອຸປະກອນສັດຕະແພດບ້ານ.

🌿 𝗔𝗙𝗡 𝗜𝗜 𝗜𝗙𝗔𝗗 𝗦𝘂𝗽𝗲𝗿𝘃𝗶𝘀𝗶𝗼𝗻 𝗠𝗶𝘀𝘀𝗶𝗼𝗻 — 𝗪𝗿𝗮𝗽-𝗨𝗽 𝗠𝗲𝗲𝘁𝗶𝗻𝗴🗓️ 27 March 2026 | DoubleTree by Hilton Hotel, Vientiane   The Agricu...
31/03/2026

🌿 𝗔𝗙𝗡 𝗜𝗜 𝗜𝗙𝗔𝗗 𝗦𝘂𝗽𝗲𝗿𝘃𝗶𝘀𝗶𝗼𝗻 𝗠𝗶𝘀𝘀𝗶𝗼𝗻 — 𝗪𝗿𝗮𝗽-𝗨𝗽 𝗠𝗲𝗲𝘁𝗶𝗻𝗴
🗓️ 27 March 2026 | DoubleTree by Hilton Hotel, Vientiane

The Agriculture for Nutrition Project Phase II (AFN II) concluded its IFAD Supervision Mission with a wrap-up meeting co-chaired by 𝗠𝗿. 𝗧𝗵𝗲𝘃𝗮𝗹𝗮𝗰𝗸 𝗣𝗵𝗼𝗻𝗲𝗸𝗲𝗼, Deputy Director, Department of Planning and Cooperation, MAE; 𝗠𝘀. 𝗥𝗮𝗰𝗵𝗲𝗹𝗲 𝗔𝗿𝗰𝗲𝘀𝗲, IFAD Country Director; and 𝗠𝗿. 𝗠𝗮𝗿𝗰-𝗔𝗻𝗱𝗿é 𝗣𝗿𝗼𝘀𝘁, WFP Country Director and Representative.

Now in its third year of implementation, AFN II is making meaningful progress across six provinces, reaching thousands of vulnerable households with nutrition support, home garden grants, capacity building, and women's empowerment activities.

𝗞𝗲𝘆 𝗰𝗼𝗻𝗰𝗹𝘂𝘀𝗶𝗼𝗻𝘀 𝗳𝗿𝗼𝗺 𝘁𝗵𝗲 𝗠𝗶𝘀𝘀𝗶𝗼𝗻 𝗶𝗻𝗰𝗹𝘂𝗱𝗲:
✅ Satisfactory progress under Component 1 — nutrition, home gardens, community capacity, and women's empowerment showing emerging results
✅ Approval of additional IFAD financing totalling US$6.71 million, reinforcing long-term commitment to the project
✅ Prioritisation of animal health systems to safeguard household assets and strengthen livestock productivity
🔜 Accelerated operationalization of Component 2 — income generation and market engagement — identified as the next critical step
🔜 CSO grant mobilization to be fast-tracked to address gaps in animal health, business skills, and producer organization development.

The Mission reaffirmed strong partnerships between the Government of Lao PDR, IFAD, GAFSP, WFP, and communities in building food and nutrition security for vulnerable households.

🌱 Together, we are building a more food-secure and resilient Lao PDR.

ໂຄງການກະສີກຳເພື່ອໂພສະນາການໄລຍະ2 🌿🌾ເມືອງລະມາມ ສຳເລັດການມອບ-ຮັບ ທຶນສວນຄົວຮອບ 2 ໃນ5 ບ້ານເກົ່າປີ 2024ຄື:  ບ້ານຕຸຍດ່ານ , ບ້ານ...
30/03/2026

ໂຄງການກະສີກຳເພື່ອໂພສະນາການໄລຍະ2 🌿🌾
ເມືອງລະມາມ ສຳເລັດການມອບ-ຮັບ ທຶນສວນຄົວຮອບ 2 ໃນ5 ບ້ານເກົ່າປີ 2024ຄື: ບ້ານຕຸຍດ່ານ , ບ້ານຫ້ວຍອາ-ວັງຊ້າງ, ບ້ານນ້ຳຫຽງ, ບ້ານກະຊັງກາງ ແລະ ບ້ານລະວີລຳພັນ
ເປັນຈຳນວນເງິນ 202.500.000 ກີບ ເພື່ອມອບໃຫ້ 81 ຄົວເຮືອນເປົ້າໝາຍໂຄງການໃນ 5 ບ້ານປີ 2024 ໄດ້ຄົວເຮືອນລະ 2.500.000ກີບ ເພື່ອນຳໄປປູກ-ລ້ຽງ.

ໃນລະຫວ່າງ ວັນທີ 16-20 ມີນາ 2026 ທີ່ ຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງງາ ແຂວງອຸດົມໄຊ ໄດ້ມີໂຄງການກະສິກຳເພື່ອໂພຊະ...
24/03/2026

ໃນລະຫວ່າງ ວັນທີ 16-20 ມີນາ 2026 ທີ່ ຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງງາ ແຂວງອຸດົມໄຊ ໄດ້ມີໂຄງການກະສິກຳເພື່ອໂພຊະນາການ ໄລຍະ2 ຈັດຊຸດຝືກອົບຮົມ 4 ບົດຮຽນໃຫ້ກັບ ຜູ້ອຳນວຍຄວາມສະດວກຂັ້ນບ້ານ (ຜອບ) ຈຳນວນ 5 ບ້ານຄື: ບ້ານຫ້ວຍຜັງ, ບ້ານຫ້ວຍຍຶ່ງ, ບ້ານຫ້ວຍເຍືອງ, ບ້ານຫ້ວຍຈີ ແລະ ບ້ານນາຊານ

Address

Phonexay Village, Saysettha District
Vientiane

Alerts

Be the first to know and let us send you an email when Agriculture For Nutrition Project Phase II - AFN II posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share