26/11/2025
🇱🇦 ກິລາບານເຕະ ຕ້ອນຮັບວັນຊາດລາວທີ 2/12✨🇱🇦
ກ່ອນອື່ນໝົດ ຂອບໃຈມາຍັງຄວາມ ມີນໍ້າໃຈ,ອົດທົນ ແລະເສຍສະຫຼະ ເວລາ, ຮ່າງກາຍ ຂອງນັກກິລາ ຍິງ-ຊາຍ ທຸກຄົນ⚽️✨🫶🏻
🙏🏻🙏🏻ຕະຫຼອດເຖິງ ຂໍຂອບໃຈຢ່າງຍິ່ງ ສໍາລັບຜູ້ໃຫຍ່ ອຸປະຖໍາໃຈດີທຸກທ່ານ:
- ອ້າຍໄມ ມອບນ້ຳກະທິງແດງຈຳນວນ 1 ແກັດ
- ອ້າຍຕຸ້ຍ+ເອື້ອຍນົກ ມອບນ້ຳກະທິງແດງຈຳນວນ 1 ແກັດ
- ເອື່ອຍຟ້າ ມອບເງີນຈຳນວນ 200 000ດົ່ງ ຊື້ນ້ຳ
- ເອື້ອຍແຕ໋ວ ມອບເງີນຈຳນວນ 500 000ດົ່ງ ຊື້ນ້ຳ
- ຫົວຫນ້າສິລະປະ (ມິກກີ້) ມອບເງີນຈຳນວນ 150 000ດົ່ງ ຊື້ນ້ຳ
- ເອຶ້ອຍນິ້ມ ມອບນ້ຳສະຕິງຈຳນວນ 1 ແກັດ
- ກຳມະບານ ມອບເງີນຈຳນວນ 300 000ດົ່ງ
‘ເໜືອສິ່ງອື່ນໃດ ພວກເຮົານັກສຶກສາລາວປະຈໍາອີ່ຄວາວິງ ມີຄວາມພາກພູມໃຈ ແລະ ຊາບຊຶ້ງເຖິງຄວາມສາມັກຄີ-ຮັກແພງຂອງສະມາຊິກທຸກຄົນໃນໂຮງຮຽນ😍💕✨🫶🏻
‘ຜົນການຕັດສິນຈະເປັນແນວໃດບໍ່ສໍາຄັນ ເທົ່າຄວາມພະຍາຍາມຂອງນັກກິລາ ຍິງ-ຊາຍ ພວກເຮົານັກສຶກສາລາວປະຈໍາມະຫາວິທະຍາໄລແພດສາດວິງ ພ້ອມສູ້ຄຽງຂ້າງໃນທຸກບາດກ້າວ ໄປພ້ອມກັບນັກກິລາທຸກຄົນ.🥰🥰💕💗
ຂໍໃຫ້ທຸກຄົນຮັກສາມູນເຊື້ອອັນດີງາມແບບນີ້ຕະຫລອດໄປ.
🩵🇱🇦